ແຈ້ງສະຫວ່າງ ເລີ່ມນໍາໃຊ້ເຄື່ອງຈັກຜະລິດກະສິກໍາທັນສະໄຫມ
ຂ່າວ: ສະຫມານ
ບໍລິສັດແຈ້ງສະຫວ່າງສົ່ງເສີມການກະເສດຂາອອກ-ຂາເຂົ້າ ຈຳກັດ, ຜູ້ຜະລິດ ແລະ ຈຳຫນ່າຍສະບຽງອາຫານລາຍໃຫຍ່ໃຫ້ນະຄອນຫລວງວຽງຈັນ, ເລີ່ມນຳໃຊ້ເຕັກນິກວິທະຍາສາດ, ປະສົມປະສານກັບການນຳໃຊ້ເຄື່ອງຈັກທັນສະໄຫມເຂົ້າໃນການຜະລິດກະສິກຳເປັນສິນຄ້າ, ທີ່ເປັນການປະຢັດເວລາ ແລະ ແຮງງານຄົນລົງ.
ທ່ານ ຄຳແພງ ແສງທະວີ ຜູ້ອຳນວຍການບໍລິສັດແຈ້ງສະຫວ່າງສົ່ງເສີມການກະເສດຂາອອກ-ເຂົ້າ ຈຳກັດ ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດຖະບານໃນການຫັນເປັນອຸດສາຫະກຳທັນໄຫມ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ໂດຍສະເພາະດ້ານກະສິກຳ, ບໍລິສັດຈິ່ງພະຍາຍາມປັບປ່ຽນການຜະລິດແບບດັ້ງເດີມໃຊ້ແຮງງານຄົນຫລາຍມາເປັນການຜະລິດທີ່ມີລະບົບເຄື່ອງຈັກແທນແຮງງານຄົນ ແລະ ປະຢັດເວລາ, ປະຈຸບັນ ບໍລິສັດສາມາດຜະລິດແບບຄົບວົງຈອນ, ເຊິ່ງນຳໃຊ້ເຄື່ອງຈັກຄື: ລົດໄຖນາ, ລົດດຳນາ, ລົດກ່ຽວເຂົ້າຟາດພ້ອມ, ມີໂຮງອົບເຂົ້າ, ໂຮງສີເຂົ້າ, ໂຮງແຍກເມັດເຂົ້າ, ໂຮງຂັດເຂົ້າຂາວ, ໂຮງຫຸ້ມຫໍ່ (ແພັກ) ເປັນຜະລິດຕະພັນ, ເພື່ອຈຳຫນ່າຍສູ່ຕະຫລາດ... ເຊິ່ງໃຊ້ແຮງງານຄົນຄວບຄຸມເຄື່ອງຈັກເທົ່ານັ້ນ.

ທ່ານ ນາງ ຈັນເພັງ ແສງທະວີ ຮອງຜູ້ອຳນວຍການເປີດເຜີຍອີກວ່າ: ບໍລິສັດແຈ້ງສະຫວ່າງຂອງພວກເຮົາມີເປົ້າຫມາຍຄືຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ແກ່ຊາວນາຄື: ໃຫ້ແນວພັນ, ທຶນ,... ເຊິ່ງບໍລິສັດເປັນຕະຫລາດເກັບຊື້ຜົນຜະລິດຈາກຊາວນາໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ຂະນະດຽວກັນ ບໍລິສັດຍັງໄດ້ຜະລິດສະບຽງອາຫານເອງຫລາຍຊະນິດເຊັ່ນ: ປູກເຂົ້າ, ລ້ຽງຫມູ, ແບ້, ເປັດ, ໄກ່, ງົວ, ປາ, ມັນຕົ້ນ... ເພື່ອເປັນແຫລ່ງອາຫານສະຫນອງໃຫ້ແກ່ຕະຫລາດໃນນະຄອນຫລວງວຽງຈັນ, ທັງປ້ອນເຂົ້າໂຮງງານອຸດສາຫະກຳປຸງແຕ່ງ...
ບໍລິສັດແຈ້ງສະຫວ່າງສົ່ງເສີມການກະເສດນອກຈາກເປັນບໍລິສັດຜະລິດ ແລະ ຈຳຫນ່າຍສະບຽງອາຫານຍັງມີການບໍລິການຊີງຊັ່ງຂະຫນາດ 80 ໂຕນ, ບໍລິການສີເຂົ້າ, ຂັດເມັດເຂົ້າ, ອົບເຂົ້າ, ບໍລິການດຳນາ, ກ່ຽວເຂົ້ານຳອີກ.
